ວັນທີ 27/5/2022 ຮ້ານຕັດຫຍິບ ນາງ ພິມມະສອນ ບ້ານ ດອນໄຊ ເມືອງໄຊ ແຂວງ ອຸດົມໄຊ ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ກັບນ້ອງໆທີຮຽນຈົບຫຼັກສູດ 3ເດືອນ ຫາ 6 ເດືອນ ຈຳນວນ 10 ນ້ອງ

ເຊິ່ງໃຫ້ກຽດເຂົ້າຮ່ວມໃນການມອບໃບຢັ້ງຢື້ນໃຫ້ກັບນ້ອງໆມີ : ນາຍບ້ານ ດອນໄຊ1ທ່ານ,ພະນັກງານຈາກພະແນກແຮງງານ ແລະ ສະວັດດີການສັງຄົມ 2 ທ່ານ ,ແລະ ອາຈານ ຄຳໄລ ຈາກໂຮງຮຽນຊົນເຜົ່າ 1ທ່ານ ພ້ອມດ້ວຍພໍ່ແມ່ນັກຮຽນ ແລະ ນ້ອງນັກຮຽນ 10 ນ້ອງເຂົ້າຮ່ວມ.

ເຊິ່ງຮ້ານຕັດຫຍິບ ນາງ ພິມມະສອນແມ່ນຈະເປີດໃຫ້ບໍລິການຕັດເຄື່ອງມີຫຼາກຫຼາຍຮູບແບບຍິງຊາຍ ,ທຸກປະເພດ ແລະ ຍັງເປີດຮັບສອນນ້ອງໆທີມີຄວາມສົນໃຈຢາກຮຽນຕັດຫຍິບ ເພື່ອປະກອບອາຊີບ ໃນອານາຄົດ.

ທ່ານ ນາງ ພິມມະສອນ ເຈົ້າຂອງຮ້ານຍັງໄດ້ກ່າວວ່າ ຕົນເອງໄດ້ເລີ່ມເປີດຮ້ານຕັດຫຍິບເຄື່ອງໄດ້ 1ປີກວ່າ ທຳອິດກໍ່ຮັບຕັດຫຍິບເຄື່ອງໃຫ້ກັບລູກຄ້າທົ່ວໄປ ຕໍ່ມາກໍ່ເລີຍຢາກແບ່ງປັນຄວາມຮູ້ປະສົບການທີ່ຕົນເອງມີໃຫ້ກັບຜູ້ທີ່ສົນໃຈດ້ານການຕັດຫຍິບ ຫຼື ຜູ້ທີ່ຢາກຮຽນຮູ້ເພີ່ມຕື່ມຈາກທີ່ເຄີຍຮູ້ມາແລ້ວເລັກໜ້ອຍໃຫ້ສາມາດມີຄວາມຊຳນານໄດ້ ແລະ ນ້ອງໆທີ່ຮຽນຈົບມ7 ຫຼື ຮຽນຈົບອື່ນທີ່ມີຄວາມສົນໃຈຢາກຮຽນການຕັດຫຍິບ

ເລີຍຕັດສິນໃຈເປີດຫຼັກສູດໄລຍະ 3ເດືອນ ແລະ 6 ເດືອນຂື້ນ ເຊິ່ງກໍ່ມີຜົນຕອບຮັບດີຫຼາຍ ສາມາດຈັດການຮຽນ-ການສອນໃຫ້ນັກຮຽນມາແລ້ວ 2 ຊຸດ;

ຊຸດທຳອິດ ມີນັກຮຽນມາຮຽນຈຳນວນ 12 ນ້ອງ, ຍິງ 12 ນ້ອງ ແລະ ຊຸດທີ 2 ມີນັກຮຽນທັງໝົດ 10 ນ້ອງ ເຊິ່ງ ທ່ານ ນາງ ພິມມະສອນ ຍັງບອກວ່າ ຕົນເອງມີຄວາມພາກພູມໃຈຫຼາຍທີ່ສາມາດສ້າງໄດ້ເພື່ອພັດທະນາເສດຖະກິດຄອບຄົວໃຫ້ດີຂື້ນ ແລະ ສ້າງວຽກເຮັດງານທຳໃຫ້ກັບນ້ອງໆ ເຫັນໄດ້ວ່ານັກຮຽນໃນຊຸດທຳອິດ ບາງນ້ອງກໍ່ໄດ້ໄປເຮັດວຽກຢູ່ປະເທດຍີ່ປຸ່ນ ແລະ ບາງນ້ອງກໍ່ໄດ້ໄປເປີດຮ້ານຕັດຫຍິບຕາມທ້ອງຖິ່ນຂອງຕົນເອງ.

📢ໃຜສົນໃຈສອບຖາມລາຍລະອຽດ
☎ 020 58963184 ມາກ່ອນ 10 ຄົນທຳອິດຈະມີສວນລຸດໃຫ້10%/ຄົນ
📍📍📍ຂໍຄົນພ້ອມແທ້ໆ📍📍📍
#ຊຸດທີ3 ຈະເລີມເປີດສະໜັກແມ່ນ ວັນທີ 1/6/2022 ເປັນຕົ້ນໄປ