ແນ່ນອນສິ່ງທີທ່ານເຫັນ ແລະ ຄົນສ່ວນຫຼາຍໂຟກັດໃນວັນປູກຕົ້ນໄມ້ແຫ່ງຊາດ (1 ມີຖຸນາ) ກໍ່ຄືການສ້າງຂະບວນການປູກຕົ້ນໄມ້ຕາມສະຖານທີ່ສາທາລະນະຕ່າງໆ ຫຼືບ່ອນອື່ນໆ ເພື່ອຕ້ອນຮັບວັນປູກຕົ້ນໄມ້ດັ່ງກ່າວ ແຕ່…ມີໜ້ອຍອົງການ ຫຼື ສຳນັກງານ ທີ່ປູກແລ້ວໄດ້ຮັບຜົນ ຍ້ອນມີການບົວລະບັດຮັກສາຈົນມັນເຕີບໂຕໃຫຍ່ຂື້ນສ້າງຄຸນປະໂຫຍດໃຫ້ກັບສັງຄົມ ແຕ່ກໍ່ມີຫຼາຍພາກສ່ວນທີ່ປູກແລ້ວບໍ່ໄດ້ຮັບຜົນທັງໆທີ່ລົງທຶນຊື້ເບ້ຍໄມ້ ລົງທືນທັງແຮງງານ ສຸດທ້າຍປູກແລ້ວພັດປ່ອຍປະລະເລີຍ ເຮັດໃຫ້ຕົ້ນໄມ້ທີ່ປູກຕາຍໄປໃນທີ່ສຸດ ແລະ ປີຖັດໄປກໍ່ປູກອີກແລ້ວກໍ່ເຮັດແບບເກົ່າອີກບໍ່ມີໃຜໃສ່ໃຈບົວລະບັດຮັກສາ. ສະນັ້ນ, ເຫດການແບບນີ້ມັນກໍ່ຕ່າງຫຍັງກັບເຫດການຊີວິດໃນຫຼາຍໆເລື່ອງ ຢ່າງເຊັ່ນ: ການໃຫ້ຄຳໝັ້ນສັນຍາ, ການຮັບປາກຄົນອື່ນວ່າຈະເຮັດ, ການຢືມເງິນແລ້ວຈະຄືນອາທິດໜ້າ ເດືອນໜ້າ, ແມ່ນກະທັງການໄປບອກຮັກຄົນນີ້ຄົນນັ້ນ ແລ້ວຫຼັງຈາກນັ້ນເດ໋ ມັນຈະເກີດຫຍັງຂື້ນ? ຫລາຍທ່ານຄົງພໍເດົາອອກເນາະ, ຖາມວ່າ ມັນຈະບໍ່ມີທາງເຮັດໄດ້ບໍ່ ຄຳຕອບກໍ່ຄືມີ ພຽງແຕ່ຄົນສ່ວນຫຼາຍບໍ່ໄດ້ຄິດຢ່າງຖີ່ຖ້ວນ, ບໍ່ມີສັດຈະພຽງພໍ, ບໍ່ມີການວາງແຜນທີ່ດີເທົ່ານັ້ນເອງ. ດັ່ງນັ້ນ ຂໍ້ຄິດໃນວັນທີ 1 ມີຖຸນາ ກໍ່ຄື: ຢ່າປູກຕົ້ນໄມ້ພຽງເພາະຕາມຂະບວນການ ແຕ່ຈົ່ງປູກເພື່ອດູແລຮັກສາໄປຢ່າງຍາວນານ ເຊັ່ນດັ່ງເຮົາຫຍັງທຳຫຍັງກໍ່ໄດ້ຕ້ອງເຮັດໄປຢ່າງສະໝໍ່າສະເໝີ ຈື້ງຈະປະສົບຜົນສຳເລັດ.

ນີ້ເປັນພຽງຂໍ້ຄິດສ່ວນຕົວຂອງແອັດມີນເທົ່ານັ້ນ.