Site icon Khaodung ຂ່າວດັງ

 ເປີດແລ້ວ! ງານວັນຍອດຊາສາກົນ 2022 ທີ່ສູນການຄ້າລາວ-ໄອເຕັກ ເຊີນທ່ານ ມາທ່ຽວຊົມ ແລະ ສະໜັບສະໜູນ ຊາລາວ !

Advertisements

ເປີດແລ້ວ! ງານວັນຍອດຊາສາກົນ 2022 ທີ່ສູນການຄ້າລາວ-ໄອເຕັກ ເຊີນທ່ານ ມາທ່ຽວຊົມ ແລະ ສະໜັບສະໜູນ ຊາລາວ !

ພິທີເປີດງານວັນຍອດຊາສາກົນ 2022 ຫຼື International Tea Day ຈັດຂຶ້ນໃນຕອນເຊົ້າຂອງວັນທີ 4 ມີຖຸນາ 2022 ນີ້ ທີ່ສູນການຄ້າລາວ-ໄອເຕັກ (ຫຼັງເກົ່າ) ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ນາງ ຊີວ-ແລັງ ຊຸອອກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ, ທ່ານ ນາງ ອີນາ ມາຈຸລີໂອນີແຕ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ມີຜູ້ປະກອບການ, ກຸ່ມຜະລິດຊາທີ່ມີຊື່ສຽງໃນຂອບເຂດທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ມີຄວາມພາກພູມໃຈທີ່ໄດ້ຕາງໜ້າໃຫ້ການນຳກະຊວງ ເຂົ້າຮ່ວມງານ ວັນຊາສາກົນ 2022 ໃນມື້ນີ້ ແລະ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະຈັດພິທີ ກໍ່ຄືກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ຄູ່ຮ່ວມງານຈາກສາກົນ ເປັນຕົ້ນແມ່ນ ອົງການຝຣັ່ງ ເພື່ອການພັດທະນາ (AFD) ກໍ່ຄືອີຢູ ທີ່ໄດ້ປະສານສົມທົບ ແລະ ສະໜັບສະໜູນ ໃນດ້ານຕ່າງໆຈົນເຮັດໃຫ້ງານພິທີໃນຄັ້ງນີ້ ເປີດຂຶ້ນຢ່າງເປັນທາງການ.

ວັນຊາສາກົນ ແມ່ນງານປະຈໍາປີທີ່ຫຼາຍປະເທດໃນໂລກ ໄດ້ຈັດການສະເຫຼີມສະຫຼອງ ຕາມມະຕິຕົກລົງຂອງກອງປະຊຸມຂອງສະຫະປະຊາຊາດ ໃນປີ 2019 ໂດຍຖືເອົາວັນທີ 21 ພຶດສະພາ ຂອງທຸກໆປີ ເປັນ ວັນຊາສາກົນ (International Tea day) ໂດຍເລີ່ມແຕ່ປີ 2020 ເປັນປີທຳອິດ ແລະ ປີ 2022 ນີ້ກໍ່ເປັນປີທີ 3 ຂອງສາກົນ ພ້ອມທັງເປັນປີທຳອິດຂອງ ສປປ ລາວ. ວັນຊາສາກົນ ແມ່ນເກີດຂຶ້ນເນື່ອງຈາກການຜະລິດ ແລະ ປຸງແຕ່ງຊາ ເປັນແຫຼ່ງວຽກເຮັດງານທຳ ແລະ ລາຍຮັບຕົ້ນຕໍ ຂອງຫຼາຍລ້ານຄອບຄົວໃນປະເທດພວມພັດທະນາ ແລະ ສະຫະປະຊາຊາດ ໃຫ້ຂໍ້ສັງເກດວ່າ “ວັນດັ່ງກ່າວຈະຊ່ວຍຊຸກຍູ້ ສົ່ງເສີມບັນດາການເຄື່ອນໄຫວຮ່ວມມືເພື່ອຜະລິດ ແລະ ການບໍລິໂພກຊາ ແບບຍືນຍົງ, ຍົກສູງຄວາມຮັບຮູ້ກ່ຽວກັບຄວາມສໍາຄັນຂອງຕົນໃນການຕໍ່ສູ້ກັບຄວາມອຶດຫີວ ແລະ ຄວາມທຸກຍາກ”. ສະນັ້ນ, ຈຸດປະສົງຂອງການຈັດງານ ວັນຊາສາກົນ ແມ່ນເພື່ອຍົກສູງຄວາມຮັບຮູ້ຂອງຜູ້ຜະລິດໃບຊາ ແລະ ຍົກສູງຄວາມສົນໃຈໃນເຄື່ອງດື່ມທີ່ບໍລິໂພກຫຼາຍເປັນອັນດັບ 2 ຂອງໂລກ ອອກສູ່ວົງກວ້າງ ເພາະຊາ ຈະເປັນແຫຼ່ງລາຍຮັບ ແລະ ລົບລ້າງຄວາມທຸກຍາກ ໃນອະນາຄົດ.

ທ່ານ ກິແກ້ວ ສິງນາວົງ ກ່າວຕື່ມອີກວ່າ: ດັ່ງທີ່ບັນດາທ່ານຮູ້ນຳກັນແລ້ວວ່າ ຊາ ແມ່ນຜະລິດຕະພັນກະສິກໍາ ທີ່ໄດ້ມາຈາກ ໃບ, ຍອດອ່ອນ ແລະ ກ້ານຂອງຕົ້ນຊາ ໂດຍຜ່ານຂະບວນການປຸງແຕ່ງທີ່ມີຫຼາຍຫຼາກວິທີ ເຮັດໃຫ້ເກີດມີຜະລິດຕະພັນຊາທີ່ຫຼາກຫຼາຍ ເປັນຕົ້ນ ຊາຂຽວ, ຊາດໍາ, ຊາແດງ ທີ່ພວກເຮົາບໍລິໂພກກັນຢ່າງກວ້າງຂວາງ. ສຳລັບ

ສປປ ລາວ ພວກເຮົາກໍ່ໄດ້ມີການປູກ ແລະ ບໍລິໂພກ ຊາ ແຕ່ດົນນານມາແລ້ວ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງປີ 2021 ເນື້ອທີ່ການຜະລິດຊາໃນທົ່ວປະເທດມີປະມານ 7.700 ເຮັກຕາ, ຜົນຜະລິດປະມານ 16.230 ໂຕນ. ແຕ່ການສົ່ງອອກຊາເປັນທາງການກໍ່ຍັງມີໜ້ອຍ ໂດຍການສົ່ງອອກຊາແຫ້ງໃນປີ 2021 ມີຈຳນວນ 667 ໂຕນ ເປັນມູນຄ່າປະມານ 1,9 ລ້ານໂດລາສະຫະລັດ ເນື່ອງຈາກຄວາມຮຽກຮ້ອງຕ້ອງການຂອງຕະຫຼາດທີ່ຕ້ອງການຊາ ທີ່ມີຄຸນນະພາບ ແລະ ໄດ້ຕາມມາດຕະຖານ. ແຕ່ເຖິງຢ່າງໃດກໍ່ຕາມ ຊາລາວເຮົາ ກໍ່ຍັງໄດ້ຮັບລາງວັນຊາດີເດັ່ນ ໃນຫຼາຍດ້ານ ເປັນຕົ້ນປີ 2019 ຊາຜູເອີ ຂອງຜົ້ງສາລີ ໄດ້ຮັບລາງວັນ Hong Kong International lea Fair, ປີ 2021 ຊາຍອດອູ ໄດ້ຮັບລາງວັນ AVIA PARIS ແລະ ຊາ36 ປາກຊ່ອງ ກໍ່ໄດ້ຮັບລາງວັນຊະນະເລີດໃນງານ World Tea Champion. ສະນັ້ນ, ການສະເຫຼີມສະຫຼອງ ວັນຊາສາກົນ ປີ 2022 ນີ້ ຈຶ່ງເນັ້ນໃສ່ຍົກໃຫ້ເຫັນເຖິງ ການໂຄສະນາ, ການແລກປ່ຽນຄວາມຮູ້, ປະສົບການ ແລະ ການສ້າງເຄືອຂ່າຍ ກ່ຽວກັບຂະແໜງກະສິກຳໃບຊາ ໃນການຮ່ວມກັນພັດທະນາ ການຜະລິດ, ການປຸງແຕ່ງ, ການສ້າງມູນຄ່າເພີ່ມ ໃຫ້ຊາລາວສາມາດແຂ່ງຂັນໃນຕະຫຼາດສາກົນໄດ້. ພ້ອມນັ້ນກໍ່ຂໍຮຽກຮ້ອງມາຍັງ ບັນດາທ່ານ ແລະ ສັງຄົມ ຊ່ວຍຊຸກຍູ້ ແລະ ສະໜັບສະໜູນໃຫ້ ຊາລາວ ມີການພັດທະນາໄປສູ່ລະດັບໂລກ ຢ່າງຕໍ່ເນື່ອງ.

ທ່ານ ນາງ ຊີວ-ແລັງ ຊຸອອກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ກ່າວວ່າ: ປະເທດ ຝຣັ່ງ ມີຄວາມພາກພູມໃຈເປັນຢ່າງສູງທີ່ໄດ້ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມທັງ ອົງການ ອາຫານ ແລະ ການກະເສດ ປະຈຳ ສປປ ລາວ ສະເຫຼີມສະຫຼອງວັນຊາສາກົນ ວັນທີ 21 ພຶດສະພາ ໃນມື້ນີ້ ເພື່ອການສົ່ງເສີມການພັດທະນາຂະແໜງການຊາລາວ ໃຫ້ໄດ້ກ້າວໄປສູ່ຊາຄຸນນະພາບດີຂຶ້ນ ແລະ ໃຫ້ເປັນແຫຼ່ງລາຍຮັບທີ່ຫຼາກຫຼາຍແກ່ຊາວກະສິກອນ ເປັນໜຶ່ງໃນນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ. ດັ່ງນັ້ນ, ໂດຍປະຕິບັດຕາມນະໂຍບາຍດັ່ງກ່າວ, ປະເທດຝຣັ່ງ ຈຶ່ງໄດ້ສະໜັບສະໜູນຂະແໜງການຊາລາວໂດຍເລີ່ມແຕ່ປີ 2017 ເປັນຕົ້ນມາ ເນື່ອງຈາກວ່າປະເທດຝຣັ່ງ ໄດ້ມີເຈດຈຳນົງສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໄວ້ແລ້ວໃນດ້ານການພັດທະນາຕ່າງໆ ເປັນຕົ້ນ ແມ່ນ ດ້ານການພັດທະນານິເວດວິທະຍາກະສິກຳ, ດ້ານການພັດທະນາແບບຍືນຍົງ ແລະ ດ້ານການສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມພົນລະເມືອງທຸກຍາກທີ່ສຸດ.

ຂໍເຊີນຊວນບັນດາທ່ານໄປທ່ຽວງານ ຮ່ວມຊິມຊາ ແລະ ສະໜັບສະໜູນຊາລາວເຮົາ ໃນງານຍອດຊາສາກົນ 2022 ເຊິ່ງຈັດຂຶ້ນເລີ່ມແຕ່ວັນທີ 4 ຫາ 5 ມິຖຸນາ 2022 ເວລາ 9:00-19:00 ໂມງ ທີ່ສູນການຄ້າລາວ-ໄອເຕັກ (ຫຼັງເກົ່າ) ນະຄອນຫຼວງວຽງຈັນ ເຊິ່ງພາຍໃນງານມີຫຼາກຫຼາຍກິດຈະກຳແຈກແຖມຕື່ມອີກ.

ທີມາ FM 90.0

Exit mobile version