ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມຖືກປົດ ເນື່ອງຈາກນຳໃຊ້ຕຳແໜງໄປໃນທາງທີ່ຜິດ
ຫວຽດນາມກັກໂຕລັດຖະມົນຕີກະຊວງສາທາລະນະສຸກໃນຖານໃຊ້ຕຳແໜ່ງໄປໃນທາງທີ່ຜິດ.
ຫຼັງຈາກຖືກປົດອອກຕຳແໜ່ງ ແລະ ອອກຈາກສະມາຊິກສະພາ ໃນວັນຈັນທີ່ຜ່ານມາ, ທ່ານ ຫງຽນ ແທງ ລອງ (Nguyen Thanh Long) ອະດີດລັດຖະມົນຕີ ກະຊວງສາທາລະນະສຸກ ກໍໄດ້ຖືກກັກໂຕ ແລະ ດຳເນີນຄະດີ ໃນວັນອັງຄານ.
ໃນຕອນບ່າຍຂອງວັນທີ 7 ມິຖຸນາ ທີ່ຜ່ານມາ, ທ່ານ ຫງຽນ ແທງ ລອງ ຖືກສອບສວນ ໂດຍເຈົ້າໜ້າທີ່ກວດສອບຄວາມໜັ່ນຄົງ(C03)
ເພື່ອກວດສອບຄວາມຜິດທາງອາຍາ ຖານຄວາມຜິດໃນການໃຊ້ຕຳແໜ່ງ ແລະ ໜ້າທີ່ໃນທາງທີ່ຜິດ ເຮັດໃຫ້ງົບປະມານຂອງລັດເສຍຫາຍ ໃນຂະນະທີ່ດຳລົງຕຳແໜ່ງ.
ທ່ານ ຫງຽນ ແທງ ລອງ, ຖືວ່າເປັນຜູ້ມີອຳນາດສູງສຸດໃນກະຊວງສາທາລະນະສຸກ ເຊິ່ງມີການພົວພັນກັບຄະດີບໍລິສັດ Viet A (ບໍລິສັດໄດ້ຕິດສິນບົນເຈົ້າໜ້າທີ່ຈັດຫາຊຸດກວດໂຄວິດ-19 ທີ່ມີລາຄາແພງເກີນໄປສະຖານທີ່ຕ່າງໆ),
ກ່ອນໜ້ານີ້, ໃນທ້າຍເດືອນທັນວາ ປີ 2022 ອະດີດຫົວໜ້າຂອງຝ່າຍວາງແຜນການເງິນ ແລະ ກົມອຸປະກອນການແພດ ແລະ ກໍ່ສ້າງ ກໍໄດ້ຖືກດຳເນີນຄະດີ.
ທ່ານ Nguyen Thanh Long ໄດ້ຮັບຕຳແໜງລັດຖະມົນຕີກະຊວງສາທາລະນະສຸກ ໃນເດືອນພະຈິກ 2020, ເຊິ່ງເປັນຊ່ວງໂຄວິດ-19 ລະບາດ ເຮັດໃຫ້ສາທາມີໜ້າທີ່ຫຼາຍຢ່າງຕັ້ງແຕ່ການປະສານກຳລັງລົງທ້ອງຖິ່ນຕ່າງໆ ຈົນໄປເຖິງການເຈລະຈາຫາວັກຊີນຈາກຕ່າງປະເທດ.
ອ້າງອີງ: