“ຄິມຢຸນຮີ” ນັກສະແດງນັກສະແດງສາວເກົາຫຼີໃຕ້ ໄວ 21ປີ ໜ້າເດັກເກີນໄວ ຈົນສາມາດຮັບບົດເປັນເດັກປະຖົມໄດ້ຢ່າງແນບນ້ຽນ
ເປັນທີ່ຮູ້ດີກັນແລ້ວວ່ານັກສະແດງຈາກເກົາຫຼີໃຕ້ນັ້ນຂື້ນຊື່ເລື່ອງການມີໃບໜ້າອ່ອນເຍົາ ຢ່າງໃດກໍ່ຕາມ ”ຄິມຢຸນຮີ” ນັກສະແດງສາວດາວເດັ່ນຄົນນີ້ໄດ້ແຕກຕ່າງກັນໄປເພາະລາວໃບໜ້າອ່ອນເຍົາເຖິງຂັ້ນທີ່ເຮັດໃຫ້ຄົນເຂົ້າໃຈຜິດ ຄິດວ່າລາວຄືເດັກປະຖົມມາແລ້ວນັບບໍ່ຖ້ວນ
ຄິມຢຸນຮີ ເກີດເມື່ອປີ 2001 ສູງ 151 ຊັງຕີແມັດ ນາງໄດ້ຮັບຄວາມສົນໃຈຈາກຊາວເນັດເນື່ອງຈາກພາບຫຼັກທີ່ເບິ່ງອ່ອນເຍົາໃນຜົນງານການສະແດງເລື່ອງ Bad boy ທີ່ເຜີຍແຜ່ຜ່ານຊ່ອງຢູທູບ CheezeFilm ໂດຍ ຄິມຢຸນຮີ ຮັບບົດເປັນເດັກຍິງໄວປະຖົມທີ່ມັກຖືກໝູ່ກັນແກ້ງ ໃນເລື່ອງນາງໄດ້ສະແດງຮ່ວມກັບນັກສະແດງທີ່ມີອາຍຸ 13ປີ ເນື່ອງຈາກນາງມີໃບໜ້າອ່ອນ ແລະ ນ້ອຍ ດວງຕາໃຫຍ່ມົນ ແລະ ສັດສ່ວນຮ່າງກ່າຍກະທັດຮັດ ຈື່ງເຮັດໃຫ້ຜູ້ຄົນເຊື່ອວ່ານາງເປັນເດັກປະຖົມແທ້ໆ ບາງຄົນກໍ່ເຂົ້າໃຈຜິດ ຄິດວ່ານາງອາຍຸໜ້ອຍກວ່ານັກສະແດງເດັກດ້ວຍຊ້ຳ
ເຖິງວ່າ ຄິມຢຸນຮີ ຈະຂອນຂ້າງໃໝ່ໃນອຸດສະຫະກຳການສະແດງຂອງເກົາຫຼີໃຕ້ກໍ່ຕາມ ແຕ່ນາງກໍ່ຝາກຜົນງານມາແລ້ວຫຼາຍເລື່ອງ ເຊັນ: “A Short Friend”, “187cm vs 185cm”, “187cm 151cm Bully”, “Pepero Was Taken Away on Pepero Day”
ເຖິງວ່າຈະຍັງບໍ່ເປັນທີ່ຮູ້ຈັກໃນວົງກວ້າງ ແຕ່ຄວາມໜ້າເດັກກໍ່ເຮັດໃຫ້ ນາງ ໄດ້ຮັບຄວາມສົນໃຈຫຼາຍພໍສົມຄວນ ຫາກໃຜຢາກຊົມຄວາມໜ້າຮັກເພີ່ມຕື່ມ ສາມາດເຂົ້າໄປທີ່ ຕິດຕ໋ອກ https://www.tiktok.com/@unis_tiktok ຫຼື ອິນສະຕຣາແກຣມ https://www.instagram.com/accounts/login/?next=/unis_xx/ ຂອງນາງໄດ້ເລີຍ