ຈະດີບໍຖ້າຫາກມີການກຳນົດໃນການເຕີມນ້ຳມັນໃສ່ຕຸກສຳລັບຄົນທີ່ມີລົດໄຖ, ລົດຈົກ, ຈັກຕັດຫຍ້າ ແລະ ອື່ນໆ?
ຈະດີບໍຖ້າຫາກມີການກຳນົດໃນການເຕີມນ້ຳມັນໃສ່ຕຸກສຳລັບຄົນທີ່ມີລົດໄຖ, ລົດຈົກ, ຈັກຕັດຫຍ້າ ແລະ ອື່ນໆ? ປັດຈຸບັນພວກເຮົາໄດ້ພົບກັບບັນຫາການຂາດແຄນນ້ຳມັນ ຈຶ່ງເຮັດໃຫ້ບາງປ້ຳນ້ຳມັນມີມາດຕະການທີ່ບໍ່ໃຫ້ມີການເຕີມນ້ຳມັນໃສ່ກະຕຸກ, ດັ່ງນັ້ນແລ້ວ ຈຶ່ງເຮັດໃຫ້ເກີດຄວາມຫຍຸ້ງຍາກສຳລັບບັນດາຊາວກະສິກຳ, ຜູ້ທີ່ມີລົດຈົກລົດໄຖ, ເຄື່ອງກົນຈັກໜັກ; ແລະ ມີຊາວກະສິກຳ ຫຼື ຄົນຈຳນວນໜຶ່ງອອກມາຮຽກຮ້ອງໃຫ້ມີຂໍ້ຍົກເວັ້ນໃນການເຕີມນ້ຳມັນໃສ່ກະຕຸກ. ໃນຕາງໜ້າຂອງປະຊາຊົນເພື່ອຢາກແກ້ໄຂບັນຫາດັ່ງກ່າວ ເຮົາມີຄຳຄິດເຫັນຕໍ່ກັບມາດຕະການຄືດັ່ງນີ້:– ໃຫ້ໜ່ວຍງານອົງການຈັດຕັ້ງພາຍໃນບ້ານ ລົງທະບຽນສຳລັບຄົວເຮືອນທີ່ມີ ອຸປະກອນຕ່າງໆທີ່ຕ້ອງໃຊ້ນຳມັນເພື່ອເຮັດການກະສິກຳ ຫຼື ລົດຈົກ, ລົດໄຖ ສາມາດນຳເອົາໃບຢັ້ງຢືນນີ້ເພື່ອນຳໄປຢັ້ງຢືນໃນການເຕີມນ້ຳມັນໃສ່ຕຸກ.– ລັດຖະບານອອກມາແຈ້ງການຮ່ວມກັບນ້ຳມັນເຊື້ອໄຟ ສປປ ລາວ ໃນການກຳນົດຈຸດເຕີມນ້ຳມັນໃນແຕ່ລະບ້ານ ໃຫ້ສຳລັບຊາວກະສິກຳ, ຜູ້ທີ່ມີເຄື່ອງກົນຈັກໜັກ ແລະ ອຸດສາຫະກຳ.– ອາດຈະໃຫ້ປ້ຳນ້ຳມັນມີໂມງເປີດໃຫ້ໃສ່ສະເພາະ,ຕົວຢ່າງ: 6ໂມງຄ່ຳ ຫາ 10ໂມງຄ່ຳ.– ຈັດເລນພິເສດເພື່ອໃຫ້ໄດ້ໃສ່ສຳລັບກະຕຸກ– ໃຫ້ບໍລິສັດ NTP Petrol ໃສ່ລົດການຂົນສົ່ງນໍ້າມັນ ສົ່ງໃຫ້ຜູ້ຜະລິດກະສິກໍາໂດຍກົງ ຫຼື ມີການກຳນົດຈຸດໃດໜຶ່ງຂອງບ້ານເພື່ອໃຫ້ຊາວກະສິກຳໃນເຂດນັ້ນໄດ້ອອກມາໃສ່. ແລ້ວທ່ານເດຄິດແນວໃດໃນການແກ້ໄຂບັນຫາຄັ້ງນີ້?