ສັນຊາດຕະຍານຄົນຈົນທົນເບິ່ງພໍ່ແມ່ເຮັດວຽກເອງບໍ່ໄດ້ ຕ້ອງໄດ້ເຮັດຊ່ວຍ
ນີ້ຄືເດັກນ້ອຍຕົວດຳໆອາຍຸປະມານ3-4ປີ ຢູບ້ານນ້ຳຢ້ອນ ເມືອງຮຸນ ແຂວງອຸດົມໄຊ ພໍ່ແມ່ບອກລາວວ່າໃຫ້ໄປນັ່ງຖ້າຢູ່ຕູບ(ຖຽງໄຮ່) ພັກຜ່ອນບໍ່ຕ້ອງມາເສຍຫຍ້າມັນຮ້ອນ , ລາວນັ່ງເບີ່ງພໍ່ແມ່ເຮັດຄືຈີເມື່ອຍແຕ່ດ້ວຍຄວາມຂະຫຍັນ ລາວເລີຍໄປຊ່ວຍພໍ່ແມ່ເສຍຫຍ້າ. ນີ້ແຫຼະຊີວິດຂອງຄົນຈົນ ຄົນຢູ່ບ້ານນອກໃຜບໍ່ເຄີຍຜ່ານຈະບໍ່ເຂົ້າໃຈຄວາມຮູ້ສຶກແບບນີ້ ຕ້ອງໄດ້ເຮັດວຽກຕັ້ງແຕ່ນ້ອຍໆຊ່ວຍພໍ່ແມ່ ບໍ່ວ່າເປັນການລ້າງຖ້ວຍລ້າງຈານ ນື້ງເຂົ້າ ຕັກນ້ຳ ແຕ່ງກິນ ຊອກຫາແນວກິນ ຕາມທຳມະຊາດ ແຕ່ ເຂົາເຈົ້າກໍ່ມີຄວາມສຸກດີ ເພາະຄວາມສຸກຂອງຄົນເຮົາມັກຕ່າງກັນ.