ຊົມເຊີຍ ! ບໍລິສັດ IDP ຂົນສົ່ງເຂົ້າໜຽວລາວ ລ໋ອດທໍາອິດ ໄປຂາຍ ຢູ່ ສປ ຈີນ ໄດ້ສໍາເລັດ ໃນຈໍານວນ 100 ໂຕ້ນ ໂດຍຜ່ານເສັ້ນທາງລົດໄຟ ລາວຈີນ
ຊົມເຊີຍ ! ບໍລິສັດ IDP ຂົນສົ່ງເຂົ້າໜຽວລາວ ລ໋ອດທໍາອິດ ໄປຂາຍ ຢູ່ ສປ ຈີນ ໄດ້ສໍາເລັດ ໃນຈໍານວນ 100 ໂຕ້ນ ໂດຍຜ່ານເສັ້ນທາງລົດໄຟ ລາວຈີນ, ໂດຍກ່ອນໜ້ານີ້ ບໍລິສັດດັ່ງກ່າວ ກໍ່ໄດ້ສົ່ງເຂົ້າໜຽວ ໄປຂາຍ ໂດຍນໍາໃຊ້ ທ່າເຮືອຢູ່ທະເລ ປະເທດໄທ ໄທ ແລະ ຫວຽດນາມ. ພິທີສົ່ງເຂົ້າສານລາວ ລ໋ອດທໍາອິດ ໄປ ສປ ຈີນ ຈັດຂຶ້ນ ຢູ່ ສະຖານີລົດໄຟສາຍໃຕ້ ນະຄອນຫຼວງວຽງຈັນ ໃນວັນທີ 28/05/2022 ທີ່ຜ່ານມາ. ການຂົນສົ່ງຜ່ານທາງລົດໄຟ ແມ່ນສາມາດຫຼຸດຜ່ອນຕົ້ນທຶນ ໃນການຂົນສົ່ງ ທຽບໃສ່ການຂົນສົ່ງທາງທະເລ. ບໍລິສັດ IDP ລົງທຶນໃນຂະແຫນງການປູກເຂົ້າ ຢູ່ ສປປ ລາວ ມາແຕ່ປີ 2015, ມີໂຮງສີເຂົ້າໃຫຍ່ 4 ແຫ່ງ ຢູ່ ສະຫວັນນະເຂດ …